ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ-ຍີ່ປຸ່ນ-ສ ເກົາຫຼີ ເລັ່ງ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງຮອບດ້ານ


ກອງ​ປະຊຸມ​ຜູ້ນຳ​ຈີນ-ຍີ່ປຸ່ນ-ສ ເກົາຫຼີ ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເຊ​ອູນ ປະເທດ ສ ເກົາຫຼີ

     ວິທະຍຸໂທລະພາບສູນກາງ ຈີນ ລາຍ​ງານວັນ​ທີ 27 ພຶດສະພາ 2024 ​ນີ້​ວ່າ: ກອງ​ປະຊຸມ​ຜູ້ນຳ​ຈີນ-ຍີ່ປຸ່ນ-ສ ເກົາຫຼີ ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​
ຢູ່​ນະຄອນຫຼວງ​ເຊ​ອູນ ປະເທດ ສ ເກົາຫຼີ. ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ທັງ​ສາມ​ປະເທດ ໄດ້​ອອກ​ຖະແຫຼງການ​ຮ່ວມ ໂດຍ​ໄດ້​ເຫັນ​ດີ​ເປັນ​ເອກະ​
ພາບ​ກັນ​ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ວິໄສ​ທັດ​ໃນ 10 ປີ​ຕໍ່ໜ້າ​ຂອງ​ການ​ຮ່ວມ​ມື​ຈີນ-ຍີ່ປຸ່ນ-ສເກົາຫຼີ ທີ່​ໄດ້​ຜ່ານ​ການ​ຮັບຮອງ​ໃນ
​ກອງ​ປະຊຸມ​ຄັ້ງ​ທີ່​ຜ່ານ​ມາ, ຊຸກຍູ້​ການ​ຮ່ວມ​ມື​ສາມ​ປະເທດ​ໃຫ້​ເປັນ​ກົນ​ໄກ, ຮ່ວມ​ກັນ​ປົກ​ປ້ອງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ
ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ໂລກ.

     ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ​ຈີນ ໄດ້​ມີ​ຂໍ້​ສະເໜີ 5 ຂໍ້​ໃນ​ກອງ​ປະຊຸມ​ດັ່ງກ່າວ, ໂດຍ​ໄດ້​ຮຽກຮ້ອງ​ໃຫ້​ຊຸກຍູ້​ການ​ຟື້ນ​ຟູ​ການ​ຮ່ວມ​ມື​
ຢ່າງຮອບດ້ານ, ລົງ​ເລິກ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ, ນຳພາ​ການ​ຮ່ວມ​ມື​ໃນ​ເລື່ອງ​ການ​ປະດິດ​ສ້າງ​ໃໝ່​ດ້ານ​ວິ
ທະຍາສາດ​ເຕັກ​ໂນ​ໂລ​ຊີ, ຮັດ​ແໜ້ນ​ການ​ພົວພັນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ.

     ຂໍ້​ສະເໜີ​ເຫຼົ່າ​ນີ້ ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ຕັ້ງໜ້າ​ຈາກ​ຜູ້ນຳ ສ ເກົາຫຼີ ແລະ ຍີ່ປຸ່ນ. ຜູ້ນໍາ ສ ເກົາຫຼີ ແລະ ຍີ່ປຸ່ນ ​ຍັງ​ຕັ້ງ​ເປົ້າ​ໝາຍວ່າ: ຈະ​ຖື​
ເອົາ​ກອງ​ປະຊຸມ​ຜູ້ນຳ​ໃນ​ຄັ້ງ​ນີ້ ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່ ເພື່ອ​ຮັກສາ​ຄວາມ​ໝັ້ນ​ທ່ຽງ ແລະ ຄວາມ​ຕໍ່​ເນື່ອງ​ຂອງ​ການ​ຮ່ວມ​ມື. ນີ້​ສະແດງ​ໃຫ້​ເຫັນ​ຢ່າງ​
ຈະ​ແຈ້ງວ່າ: ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ມີ​ຜົນ​ປະໂຫຍດ​ຮ່ວມ​ກັນ​ຢ່າງ​ຫຼວງຫຼາຍ ແລະ ພື້ນ​ທີ່​ການ​ຮ່ວມ​ມື​ທີ່​ກວ້າງຂວາງ, ສາມາດ​ຮ່ວມ​ກັນ​
ສະແຫວງຫາ​ການ​ພັດທະນາ​ໂດຍ​ຜ່ານ​ຄວາມ​ສາມັກຄີ ແລະ ການ​ປະສານ​ງານ​ກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/05/2024